ວັນປິດໄຟສາກົນ ປະຈຳປີ 2022: ປິດເພື່ອໂລກ ປ່ຽນເພື່ອະນາຄົດ ທີ່ຍືນຍົງ
ນະຄອນຫຼວງວຽງຈັນ – ໃນວັນເສົາທີ 26 ມີນາ 2022, ສປປ ລາວ ຈະຮ່ວມສະເຫຼີມສະຫຼອງ ວັນປິດໄຟສາກົນ ພ້ອມກັບບັນດາປະເທດຕ່າງໆ ຫຼາຍກວ່າ 190 ປະເທດໃນທົ່ວໂລກ ໂດຍການປິດໄຟ ເປັນເວລາ 1 ຊົ່ວໂມງ ເຊິ່ງເລີ່ມແຕ່ ເວລາ 20:30 ຫາ 21:30 ໂມງ ຢູ່ຕາມສະຖານທີ່ສຳຄັນທີ່ເປັນເອກະລັກຂອງຊາດ ລວມມີ ປະຕູໄຊ, ບັນດາກະຊວງ ແລະ ສຳນັກງານຫ້ອງການຂອງລັດ, ອົງການຈັດຕັ້ງສາກົນຕ່າງໆ, ລວມທັງຫ້ອງການຂອງ ອົງການ ສປຊ, ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ລາວ ແລະ ບ້ານເຮືອນຂອງປະຊາຊົນ ເພື່ອສະແດງອອກເຖິງກິດຈະກຳອັນລຽບງ່າຍ ໃນການປະຢັດພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ວັນປິດໄຟສາກົນ, ເປັນໂຄງການຮ່ວມມືຂອງບັນດາຊາດຕ່າງໆໃນໂລກ ໂດຍການລິເລີ່ມ ຂອງ ອົງການກອງທຶນອານຸລັກທຳມະຊາດໂລກ (WWF) ໃນປີ 2007 ທີ່ປະເທດອົສຕຣາລີ ເຊິ່ງມີຈຸດປະສົງ ເພື່ອສ້າງຈິດສຳນຶກໃຫ້ຄົນໃນທົ່ວໂລກ ເຫັນໄດ້ຄວາມໝາຍ ຄວາມສຳຄັນ ຂອງບັນຫາສະພາບໂລກຮ້ອນທີ່ມາຈາກ ການປ່ຽນແປງດິນຟ້າອາກາດ, ເຊິ່ງແມ່ນໂອກາດສຳຄັນ ໃນການສ້າງຄວາມຕື່ນຕົວ ແລະ ສະໜັບສະໜູນ ຄວາມພະຍາຍາມແບບລຽບງ່າຍ ໃນການປະຢັດພະລັງງານ ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ສປປ ລາວ, ເປັນປະເທດທີ່ອາໄສຊັບພະຍາກອນທຳມະຊາດ ໃນການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ໂດຍຍຶດໝັ້ນຕາມທິດຍືນຍົງ ແລະ ສີຂຽວ ໄດ້ຖືເອົາໂອກາດນີ້ນຳສະເໜີໂຄງການສ້າງຈິດສຳນຶກໃຫ້ທຸກຄົນໃນສັງຄົມ ມີຄວາມຕື່ນຕົວກ່ຽວກັບບັນຫາດ້ານສິ່ງແວດລ້ອມ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປະຢັດພະລັງງານ.
ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: “ວັນປິດໄຟສາກົນ (Earth Hour) ຖືເປັນກິດຈະກຳອັນສຳຄັນ ເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມພະຍາຍາມ ຂອງມະນຸດທີ່ມີຕໍ່ໂລກ ອັນເປັນທີ່ຮັກຂອງໝົດທຸກຄົນ. ໃນໄລຍະຜ່ານມາ ລັດຖະບານແຫ່ງ ສປປ ລາວ ໄດ້ເຫັນຄວາມສຳຄັນຂອງວຽກງານສິ່ງແວດລ້ອມ ແລະ ໄດ້ສຸມທຸກຄວາມພະຍາຍາມ ໃນການແກ້ໄຂບັນຫາສະພາບໂລກຮ້ອນ ແລະ ການປ່ຽນແປງດິນຟ້າອາກາດ ຮ່ວມກັບປະຊາຄົມໂລກ ດ້ວຍການວາງນະໂຍບາຍ ແລະ ຍຸດທະສາດ ໃນການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ໂດຍການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ເພື່ອເປັນແຫຼ່ງດູດຊຶມຊັບທາດອາຍເຮືອນແກ້ວ, ສົ່ງເສີມການຜະລິດ ທີ່ມີຫົວຄິດປະດິດສ້າງ, ນະວັດຕະກຳ, ການນຳໃຊ້ພະລັງງານທົດແທນ ແລະ ພະລັງງານສະອາດ ທີ່ປະກອບສ່ວນໃນການແກ້ໄຂ ບັນຫາໂລກຮ້ອນ, ການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຂ້າພະເຈົ້າຂໍຖືໂອກາດນີ້ ເຊີນຊວນໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າຮ່ວມກິດຈະກຳປິດໄຟ ໃນສຳນັກງານ, ອົງການ ແລະ ເຮືອນ ຂອງບັນດາທ່ານ ເປັນເວລາ 1 ຊົ່ວໂມງ, ເລີ່ມຕັ້ງແຕ່ເວລາ 20:30 ຫາ 21:30 ຂອງວັນເສົາທີ 26 ມີນາ 2022 ເພື່ອເຮັດໃຫ້ໂລກຂອງພວກເຮົາໄດ້ຮັບການປົກປ້ອງ ຈາກສະພາບໂລກຮ້ອນ ແລະ ຢູ່ຄຽງຄູ່ກັບລູກຫຼານຂອງພວກເຮົາ ໃນອະນາຄົດ”.
ທ່ານ ນາງ ຊາຣາ ເຊເກນເນສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ໄດ້ໃຫ້ຄຳເຫັນວ່າ “ກິດຈະກຳ ວັນປິດໄຟສາກົນ ໃນວັນທີ 26 ມີນາ ແມ່ນການເຄື່ອນໄຫວອັນລຽບງ່າຍ, ແຕ່ເຕັມໄປດ້ວຍພະລັງ ທີ່ຊ່ວຍຢ້ຳເຕືອນໃຫ້ພວກເຮົາຮູ້ວ່າການນຳໃຊ້ພະລັງງານຢ່າງສະຫຼາດນັ້ນຖືແມ່ນການໃຊ້ຊີວິດຢ່າງກົມກຽວກັບທຳມະຊາດ. ອົງການ ສປຊ ປະຈຳ ສປປ ລາວ ໄດ້ເຮັດວຽກຢ່າງໃກ້ຊິດຕິດແທດ ກັບ ລັດຖະບານ ເພື່ອສະໜັບສະໜຸນການປະຕິບັດພັນທະສັນຍາຂອງ ສປປ ລາວ ທີ່ມີຕໍ່ ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການປ່ຽນແປງດິນຟ້າອາກາດ (COP26) ແລະ ພັນທະສັນຍາທີ່ມີຕໍ່ປະຊາຊົນລາວ. ນອກນັ້ນຍັງຮ່ວມມືກັບອົງການປົກຄອງທ້ອງຖິ່ນ ເພື່ອຮັບປະກັນໃຫ້ປະຊາຊົນລາວ, ໂດຍສະເພາະຜູ້ທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດທີ່ສຸດ, ສາມາດເຂົ້າເຖິງ, ຄຸ້ມຄອງ, ອານຸລັກ, ແລະ ໄດ້ຮັບຜົນປະໂຫຍດຢ່າງຍືນຍົງຈາກຊັບພະຍາກອນທຳມະຊາດ, ແລະ ສົ່ງເສີມການເຕີບໂຕສີຂຽວ ທີ່ຄຳນຶງເຖິງຄວາມສ່ຽງ, ແລະ ມີຄວາມທົນທານຕໍ່ໄພທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ. ວັນປິດໄຟສາກົນ ຖືແມ່ນໂອກາດອັນດີໃນການສ້າງຈິດສຳນຶກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ, ໂດຍສະເພາະແມ່ນຢ້ຳເຕືອນໃຫ້ພວກເຮົາຮູ້ເຖິງຄວາມໝາຍຄວາມສຳຄັນ ຂອງການປະຢັດພະລັງງານ, ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ເພື່ອປົກປັກຮັກສາໂລກຂອງພວກເຮົາໄວ້ໃຫ້ແກ່ລູກຫຼານໃນອະນາຄົດ. ວຽກງານນີ້ຕ້ອງໄດ້ອາໄສຄວາມຮ່ວມມື ແລະ ຄວາມມຸ້ງໝັ້ນຢ່າງຕໍ່ເນື່ອງຂອງຄູ່ຮ່ວມງານທຸກຝ່າຍ ຈາກທົ່ວສັງຄົມ ເພື່ອໃຫ້ສາມາດບັນລຸເປົ້າໝາຍຂອງ ກອງປະຊຸມ COP ໄດ້ ແລະ ຊ່ວຍຊະລໍຜົນກະທົບຈາກການປ່ຽນແປງດິນຟ້າອາກາດນຳ. ພວກເຮົາຫວັງວ່າທຸກທ່ານຈະຊ່ວຍໃຫ້ພວກເຮົາສາມາດບັນລຸພັນທະສັນຍາດັ່ງກ່າວໄດ້ ໂດຍຜ່ານການ ເຂົ້າຮ່ວມກິດຈະກຳ ວັນປິດໄຟສາກົນ.”
ທ່ານ. ຣໍລິດ ປາເລັນຕິນີ, ຜູ້ອໍານວຍການ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos),
ໄດ້ກ່າວວ່າ: “ອີກຫຼາຍສັດຕະວັດຂ້າງໜ້າ ໂລກອາດຈະກ້າວໄປສູ່ພະວະທີ່ເປັນວິກິດຫຼາຍກ່ວານີ້ ຕໍ່ກັບສະພາບການປ່ຽນແປງຂອງດິນຟ້າອາກາດ ທີ່ໂລກຂອງພວກເຮົາໄດ້ປະເຊີນ ແລະ ຈໍາຕ້ອງໄດ້ຫາທາງອອກ. ວັນປິດໄຟສາກົນ ເປັນໜຶ່ງໃນໂອກາດ ໃຫ້ພວກເຮົາໄດ້ປ່ຽນແປງປະຈຸບັນ ເພື່ອອະນາຄົດ ແລະ ປົກປ້ອງໂລກ ທີ່ເຮົາອາໄສຢູ່. ເປັນໂອກາດຕໍ່ການປ່ຽນແປງ ເພື່ອປະກອບສ່ວນ ແລະ ສະໜັບສະໜູນເພື່ອກ້າວໄປສູ່ອະນາຄົດ ແບບຍືນຍົງ. ເປັນເວລາທີ່ພວກເຮົາຕ້ອງຮ່ວມກັນຫຼຸດຜ່ອນສະພາບໂລກຮ້ອນ, ຫຼຸດການສູນເສຍຂອງຊີວະນາໆພັນ ແລະ ກ້າວໄປສູ່ຄວາມກົມກຽວ ແບບຍືນຍົງ ລະຫວ່າງມະນຸດ ແລະ ທໍາມະຊາດ. ທຸກຄົນມີກໍາລັງ ແລະ ພາລະບົດບາດ ທີ່ສາມາດເຮັດພາລະກິດເພື່ອໂລກ ດັ່ງນັ້ນຈົ່ງຮ່ວມມືກັນ ເລີ່ມຕົ້ນໃນຕອນນີ້ ເພື່ອໂລກ ເພື່ອເຮົາ. ການປິດໄຟໜຶ່ງຊົ່ວໂມງ ເນື່ອງໃນວັນປິດໄຟສາກົນ ອາດເບິ່ງເປັນການປະກອບສ່ວນທີ່ເລັກໜ້ອຍ ແຕ່ມັນຄືບາດກ້າວ ແລະ ສັນຍາລັກທີ່ພວກເຮົາຮ່ວມເຮັດ ກັບອີກຫຼາຍລ້ານຄົນ ໃນທົ່ວໂລກ ເພື່ອອະນາຄົດ ອັນໝັ້ນຄົງ ແລະ ຍືນຍົງ ຂອງທຸກຊີວິດ”.
------------------------------------------------------------------------------------------------------------------------------------------------------
ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

- ທ່ານ ນາງ ໄກ່ແກ້ວ ຈັນທະວີສຸກ, ຮອງຫົວໜ້າພະແນກສົ່ງເສີມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ | khaikeo5@gmail.com
- ລຽນ ເລີ ທີ ເຮືອງ | ຜູ້ຮັບຜິດຊອບວຽກງານດ້ານການສື່ສານ, ຫ້ອງການຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ | lien.lethihuong@un.org
- ບຸນປອນ ສຸກມີໄຊ | ຜູ້ຮັບຜິດຊອບວຽກງານດ້ານການສື່ສານ, ອົງການ WWF-Laos bounpone.sookmexay@wwf.org.la / 020 5955 8034