Posted on December, 05 2019
ເປັດ ແລະ ໄກ່ ລວມກັນເກືອບ 800 ໂຕ, ບູລະນະເສີມສ້າງໜອງປາທໍາມະຊາດ ແລະ ສ້າງໜອງປາໃນນາເຂົ້າ ລວມກັນເກືອບ 40 ໜອງ ພ້ອມລູກປາເກືອບ 100,000 ໂຕ ທີ່ມາຮອດປະຈຸບັນທາງໂຄງການໄດ້ໃຫ້ການສະໜັບສະໜູນຕໍ່ກັບຄອບຄົວເປົ້າໝາຍໃນໂຄງການ ທັງໝົດໄດ້ 114 ຄອບຄົວ ກວມເອົາເມືອງໂຂງ ແລະ ເມືອງມຸນລະປະໂມກ. ນອກນັ້ນຍັງໄດ້ສະໜອງແບ້ຈໍານວນໜຶ່ງໃຫ້ກັບບາງຄອບຄົວ, ສະໜອງແນວພັນເຂົ້າ, ຝຶກເຕັກນິກການປູກເຂົ້າ ລວມໄປເຖິງການເຮັດປຸຍຊີວະພາບ ແລະ ອື່ນໆ. ສົ່ງເສີມການປູກພັກອີ່ຮູມ, ສວນຄົວເຮືອນ ເພື່ອເປັນອາຫານ ແລະ ສາມາດນໍາເອົາໄປຂາຍໄດ້.
“ສົງເສີມ ແລະ ຫາທາງເລືອກອື່ນ ເພື່ອປະກອບສ່ວນຕໍ່ການສ້າງລາຍຮັບໃຫ້ກັບຄອບຄົວໃນເຂດອະນຸຮັກ ຄືໜຶ່ງໃນອົງປະກອບຂອງວຽກອະນຸຮັກ ເພາະຖ້າຊາວບ້ານມີທາງເລືອກອື່ນເພື່ອຫາລ້ຽງຄອບຄົວ ແລະ ລາຍຮັບແບບພໍພຽງ ທີ່ມີຄວາມຍືນຍົງກ່ວາ ກໍ່ຈະລົດການໄປຫາປາຂອງຊາວບ້ານໄດ້ ໃນລະດັບໜຶ່ງ.” ວິພູ ຂຸນທະວົງ ຜູ້ຊີ້ນໍາໂຄງການ ສີພັນດອນ ໄລຍະ 2 ຂອງອົງການ WWF-Laos.
ໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆແບບຍືນຍົງ ຢູ່ເຂດສີພັນດອນໄລຍະ 2 ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2017 ເປັນຕົ້ນມາ ກວມເອົາເມືອງໂຂງ ແລະ ເມືອງມຸນລະປະໂມກ ແຂວງຈໍາປາສັກ ໃນຈໍານວນ 20 ບ້ານເປົ້າໝາຍທີ່ນອນຢູ່ໃນເຂດຈັດຕັ້ງກິດຈະກໍາໂຄງການ ແລະ ເປັນບ້ານທີ່ໄດ້ຮັບຜົນປະໂຫຍດ ທັງທາງກົງ ແລະ ທາງອ້ອມຈາກໂຄງການ. ກິດຈະກໍາຫຼັກລວມມີ ການຄຸ້ມຄອງການປະມົງແບບມີສ່ວນຮ່ວມ, ການຄຸ້ມຄອງຜ່ານການລາດຕະເວນໜ້ານໍ້າ, ສ້າງຕັ້ງວັງສະຫງວນ ແລະ ຄະນະຄຸ້ມຄອງວັງສະຫງວນ, ສ້າງຄວາມເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍການປະມົງ, ສະໜັບສະໜູນປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ໃນເຂດ ສີພັນດອນ, ປູກຈິດສໍານຶກຕໍ່ການຊົມໃຊ້ປາ ແລະ ສັດນໍ້າອື່ນໆໃຫ້ມີຄວາມຍືນຍົງ ແລະ ອື່ນໆ.
ມາຮອດທ້າຍປີ 2019 ນີ້ ຜົນໄດ້ຮັບນອກຈາກການສ້າງຕັ້ງວັງສະຫງວນ, ປະກາດແຕ່ງຕັ້ງເຈົ້າໜ້າທີ່ຄຸ້ມຄອງ ການປະມົງຂັ້ນບ້ານ ເພື່ອຄຸ້ມຄອງວັງສະຫງວນ ແລະ ລາດຕະເວນໜ້ານໍ້າໃນເຂດສອງເມືອງດັ່ງກ່າວແລ້ວ ທາງໂຄງການຍັງໄດ້ສໍາເລັດສະໜັບສະໜູນ ສົງເສີມດ້ານການປັບປຸງຊີວິດການເປັນຢູ່ໃຫ້ກັບ 114 ຄອບຄົວ ເພື່ອພັດທະນາ, ສ້າງຄວາມສາມາດໃນການລິເລີ່ມຫາລ້ຽງຄອບຄວາແບບຍືນຍົງ ແລະ ເປັນການຫຼຸດຜ່ອນການຫາປາ ໃນນໍ້າຂອງ ເປັນອາຊີບຫຼັກ.
“ເມື່ອກ່ອນໄປຫາປາໃນນໍ້າຂອງເກືອບທຸກມື້ ເພື່ອຫາລ້ຽງຄອບຄົວ ແຕ່ຕອນນີ້ເກືອບວ່າບໍ່ໄດ້ໄປເລີຍ ຍ້ອນຫັນມາລ້ຽງເປັດ-ໄກ່ ແລະ ລ້ຽງປາໃນໜອງນາເຂົ້າ”. ທ່ານແຫຼ້, ຊາວບ້ານບ້ານນາ ເມືອງໂຂງ, ໜຶ່ງໃນຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ.
ທ່ານແຫຼ້ ແລະ ເມຍ ຊື່ໄກສີ ບອກກັບທີ່ມງານໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆ ແບບຍືນຍົງ ຢູ່ເຂດສີພັນດອນໄລຍະ 2, ໃນວັນທີ 6 ທັນວັນ ທີ່ຜ່ານມານີ້ວ່າ ຄອບຄົວປ່ຽນຈາກການຫາປາໃນນໍ້າຂອງ ມາສຸມໃສ່ການລ້ຽງເປັດ-ໄກ່ ແລະ ລ້ຽງປາໃນນາເຂົ້າ ທີ່ທາງໂຄງການສະໜັບສະໜູນ ພ້ອມຄວາມຮູ້ຕໍ່ການລ້ຽງ ໃນໄລຍະເວລາປະມານສອງປີທີ່ຜ່ານມາເຮັດໃຫ້ການໄປຫາປາໃນນໍ້າຂອງຫຼຸດລົງຫຼາຍ ເພາະເຖິງໄປກໍ່ບໍ່ໄດ້ດີ ຄືເມື່ອກ່ອນ ແລະ ການຫັນມາລ້ຽງເປັດ-ໄກ່ ແລະ ໃນບໍ່ດົນມານີ້ຍັງໄດ້ລ້ຽງປາໃນນາເຂົ້າ ທີ່ທາງໂຄງການໄດ້ສະໜັບສະໜູນລູກປາເກືອບ 4,000 ໂຕ. ສ່ວນແນວພັນເປັດທີ່ເຄີຍໄດ້ 10 ໂຕ ໃນຕອນນີ້ແມ່ນຂະຫຍາຍພັນ ເປັນຈໍານວນຫຼາຍແລ້ວ ສາມາດເອົາມາກິນໃນຄອບຄົວ, ຂາຍໄດ້ເກືອບ100 ໂຕ ໃນປະມານໜຶ່ງປີກວ່າທີ່ຜ່ານມາ ແລະ ສົ່ງແນວພັນຄືນ ເພື່ອໄປໃຫ້ຄອບຄົວອື່ນລ້ຽງຕໍ່ ອີກດ້ວຍ.
ການສະໜັບສະໜູນປັບປຸງຊີວິດການເປັນຢູ່ໃຫ້ກັບຊາວບ້ານທີ່ອາໄສຢູ່ໃນເຂດສີພັນດອນຄືໜຶ່ງໃນກິດຈະກໍາຫຼັກທີ່ໂຄງການສີພັນດອນໄລຍະ 2 ໃຫ້ຄວາມສໍາຄັນ ເພາະນີ້ຄືໜຶ່ງໃນຊ່ອງທາງທີ່ອາດຊ່ອຍໃຫ້ປະຊາຊົນ ໃນເຂດ ອະນຸຮັກປາມີລາຍຮັບເສີມ ແລະ ທາງເລືອກໃນການຫາລ້ຽງຄອບຄົວຊຶ່ງແນ່ນອນວ່າຈະເປັນການຊ່ອຍໃຫ້ຫຼຸດຜ່ອນການຫາປາໃນນໍ້າຂອງໄດ້.
ໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆແບບຍືນຍົງ ຢູ່ເຂດສີພັນດອນ ແມ່ນໂຄງການໄລຍະທີ 2, ສືບຕໍ່ໂຄງການໄລຍະທີ 1 ທີ່ໄດ້ຈັດຕັ້ງປະຕິບັດໂຄງການລະຫວ່າງປີ 2012 ຫາ 2016 ຢູ່ເມືອງໂຂງ ແລະ ເມືອງມຸນລະປະໂມກ ແຂວງຈໍາປາສັກ. ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດຮ່ວມກັນລະຫວ່າງກົມລ້ຽງສັດ ແລະ ການປະມົງ ໂດຍຂະແໜງລ້ຽງສັດ ແລະ ການປະມົງແຂວງຈໍາປາສັກເປັນຫ້ອງການຫຼັກ ຮ່ວມກັບທີມງານ ໂຄງການກໍ່ຄືອົງການກອງທຶນອະນຸຮັກ ທໍາມະຊາດໂລກ ປະຈໍາ ລາວ (WWF-Laos) ປັນຜູ້ຈັດຕັ້ງປະຕິບັດກິດຈະກໍາໂຄງການ ຈາກທຶນຊ່ວຍເຫຼືອຂອງກະຊວງເພື່ອການຮ່ວມມື ແລະ ການພັດທະນາດ້ານເສດຖະກິດຂອງລັດຖະບານປະເທດເຢຍລະມັນ.