ສັງຄົມສະໜັບສະໜູນໃຫ້ລັດຖະບານປິດຕະຫຼາດຊື້-ຂາຍສັດປ່າ ເພື່ອຕອບໂຕ້ຕໍ່ການແຜ່ລະບາດຂອງ COVID-19. | WWF

ສັງຄົມສະໜັບສະໜູນໃຫ້ລັດຖະບານປິດຕະຫຼາດຊື້-ຂາຍສັດປ່າ ເພື່ອຕອບໂຕ້ຕໍ່ການແຜ່ລະບາດຂອງ COVID-19.

Posted on
10 April 2020
ວັນທີ 7 ເມສາ ທີ່ຜ່ານມາ ກົງກັບວັນສາທາລະນະສຸກໂລກ, ແລະ ໃນປະຈຸບັນທີ່ໂລກຂອງເຮົາກຳລັງປະເຊີນກັບ ພາວະສຸກເສີນທາງດ້ານສາທາລະນະສຸກທີ່ຮ້າຍແຮງທີ່ສຸດ, ອົງການກອງທຶນອະນຸຮັກທໍາມະຊາດໂລກ (WWF) ໄດ້ເຜີຍບົດລາຍງານຈາກການສໍາຫຼວດທີ່ພົບວ່າມີຫຼາຍກວ່າ 90% ຂອງຜູ້ຕອບແບບສອບຖາມ ໃນ 3 ປະເທດອາຊີ ຕາເວັນອອກສຽງໃຕ້ ລວມເຖິງ ຮົງກົງ ເຫັນດີໃຫ້ການສະໜັບສະໜູນແນວຄວາມຄິດ ທີ່ນຳພາໂດຍລັດຖະບານ ຕໍ່ການປິດຕະຫຼາດຊື້-ຂາຍສັດປ່າທີ່ຜິດກົດໝາຍ ແລະ ທີ່ບໍ່ມີການຄຸ້ມຄອງຢ່າງຖືກຕ້ອງ.
 
ການແຜ່ລະບາດຂອງພະຍາດ COVID-19 ເປັນການເຊື່ອມໂຍງກັນລະຫວ່າງພະຍາດຕິດຕໍ່ຈາກສັດໄປສູ່ຄົນ ແລະ ຜູ້ທີ່ຕິດພະຍາດຈາກສັດແລ້ວ ສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້ອີກ ດັ່ງນັ້ນຕະຫຼາດຊື້-ຂາຍສັດປ່າຖືວ່າເປັນແຫຼ່ງ ທີ່ມີຄວາມສ່ຽງຫຼາຍ. ຈາກຜົນສໍາຫຼວດໃນເດືອນມີນາ 2020 ຈາກຈໍານວນຜູ້ຮ່ວມແບບສໍາຫຼວດ 5,000 ຄົນ ຈາກເຂດປົກຄອງພິເສດ ຮົງກົງ, ຍີ່ປຸ່ນ, ມຽນມາ, ໄທ, ແລະ ຫວຽດນາມ ພົບວ່າ 82% ມີຄວາມກັງວົນຫຼາຍ ຕໍ່ກັບການລະບາດຂອງໂລກຕິດຕໍ່ນີ້, ແລະ ໃນນັ້ນ 93% ຂອງຜູ້ຕອບແບບສອບຖາມຈາກ 3 ປະເທດ ໃນອາຊີຕາເວັນອອກສຽງໃຕ້ ແລະ ຮ່ອງກົງ ຢາກສະໜັບສະໜູນໃຫ້ລັດຖະບານປິດຕະຫຼາດຊື້-ຂາຍສັດປ່າ ທີ່ຜິດກົດໝາຍ ແລະ ທີ່ບໍ່ມີການຄຸມຄອງຢ່າງຖືກຕ້ອງ.

ຕົ້ນກຳເນີດ ຫຼືແຫຼ່ງທີ່ມາທີ່ແທ້ຈິງຂອງ COVID-19 ຍັງເປັນຂໍ້ສົງໄສ, ແຕ່ອົງການອະນາໄມໂລກໄດ້ຢືນຢັນວ່າ ເປັນໂລກຕິດຕໍ່ຈາກສັດສູ່ຄົນ. ເພຶ່ອເປັນການຕອບໂຕ້ກັບໂລກລະບາດນີ້ ໃນວັນທີ 24 ເດືອນກຸມພາ 2020 ທີ່ຜ່ານມາ ລັດຖະບານຈີນໄດ້ປະກາດສັ່ງຫ້າມໃນການຊື້-ຂາຍ ແລະ ກິນສັດປ່າເປັນອາຫານ. ຈາກຜົນສໍາຫຼວດຂອງອົງການ WWF ຍັງໄດ້ໃຫ້ຮູ້ອີກວ່າ ຄົນສ່ວນໃຫຍ່ຈາກປະເທດອື່ນໆໃນທົ່ວຂົງເຂດພາກພື້ນເຫັນດີໃຫ້ການສະໜັບສະໜູນ ມາດຕະການໃນຮູບແບບດຽວກັນ ຕໍ່ການປິດຕະຫຼາຍຊື້-ຂາຍສັດປ່າ. ນີ້ຖືວ່າເປັນການສຳຫຼວດຄວາມຄິດເຫັນ ຂອງສັງຄົມຄັ້ງທຳອິດ ກ່ຽວກັບການເຊື່ອມໂຍງກັນລະຫວ່າງ COVID-19 ແລະ ການຄ້າ-ຂາຍສັດປ່າໃນທົ່ວ ພາກພື້ນອາຊີ.
 
ທ່ານ Christy Williams, ຜູ້ອຳນວຍການອົງການ WWF ປະຈໍາອາຊີປາຊິຟິກ ກ່າວວ່າ “ຈີນໄດ້ດຳເນີນປະຕິບັດ ຫຼາຍມາດຕະການຊຶ່ງເປັນບາດກ້າວທີ່ດີ ລວມເຖິງການຫ້າມລ່າ, ຊື້-ຂາຍ, ເຄື່ອນຍ້າຍ ແລະ ການກິນສັດປ່າ, ແລະ ໃນປະຈຸບັນຫວຽດນາມກໍ່ກຳລັງດຳເນີນການໃນຮູບແບບທີ່ຄ້າຍຄືກັນ. ລັດຖະບານໃນບັນດາປະເທດອາຊຽນອື່ນໆ ຄວນພິຈາລະນາຕໍ່ມາດຕະການປິດຕະຫຼາດຊື້-ຂາຍສັດປ່າທີ່ມີຄວາມສ່ຽງສູງ ແລະ ຢຸດຕິຂະບວນການຄ້າ-ຂາຍສັດປ່າ ທັງນີ້ກໍ່ເພື່ອເປັນການອະນຸຮັກສັດປ່າ ແລະ ຊ່ວຍປ້ອງກັນການເກີດຂື້ນຊຳ້ຮອຍອີກຂອງໂລກຕິດຕໍ່ຈາກສັດສູ່ຄົນ ທີ່ອາດກໍ່ບັນຫາການຢຸດສະຫງັກ ຄວາມວຸ້ນວາຍທາງດ້ານເສດຖະກິດ-ສັງຄົມ ດັ່ງທີ່ພວກເຮົາກຳລັງປະເຊີນຢູ່ ໃນທົ່ວໂລກ.”
 
ໃນ ສປປ ລາວ, ທ່ານ Francois Guegan ຫົວໜ້າຝ່າຍການອະນຸຮັກ ຂອງອົງການ WWF-Laos ໄດ້ໃຫ້ຮູ້ວ່າ “ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 05/ນຍ ປີ 2018 ຖືວ່າເປັນການແກ້ໄຂບັນຫາກ່ຽວກັບການຄ້າ-ຂາຍສັດປ່າທີ່ຜິດກົດໝາຍໃນລາວເຮົາ ໄດ້ດີທີ່ສຸດ ແລະ ນັ້ນເຮັດໃຫ້ການຊົມໃຊ້ຜະລິດຕະພັນທີ່ເຮັດຈາກສັດປ່າ, ການຄ້າ-ຂາຍສັດປ່າຫຼຸດລົງ. ຂໍ້ຄໍາສັ່ງດັ່ງກ່າວໄດ້ຖືກນໍາມາຈັດຕັ້ງປະຕິບັດໂດຍ ກົມກວດກາປ່າໄມ້ ຮ່ວມກັບ ພາກສ່ວນທີ່ກ່ຽວ ຂ້ອງອື່ນໆໃນບັນດາເຄື່ອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ. ເພື່ອຮັບປະກັນວ່າປະຊາຊົນລາວຈະມີຄວາມປອດໄພ ແລະ ການແຜ່ລະບາດຂອງພະຍາດຕິດຕໍ່ຈາກສັດສູ່ຄົນນີ້ ຈະບໍ່ເກີດຂຶ້ນອີກ, ການຄ້າ-ຂາຍສັດປ່າ ໂດຍສະເພາະແມ່ນ ສັດລ້ຽງລູກດ້ວຍນົມ, ສັດປີກ, ສັດເລືອຄານ ແລະ ສັດປະເພດອື່ນໆ ທີ່ມີຄວາມສ່ຽງສູງຕໍ່ການແຜ່ເຊື້ອພະຍາດສູູ່ຄົນ ຈໍາຕ້ອງຖືກປິດລົງ ແລະ ຢຸດຕິທັນທີ.”
 
ຕາມ ຜົນການສໍາຫຼວດໂດຍຜ່ານ GlobeScan ຍັງເຜີຍໃຫ້ຮູ້ວ່າ 9% ຂອງຄົນບາງກຸ່ມ ຫຼື ຄົນທີ່ພວກເຂົາຮູ້ຈັກ ເຄີຍຊື້ສັດປ່າໃນ 12 ເດືອນທີ່ຜ່ານມາ ຈາກຕະຫຼາດຊື້ຂາຍສັດປ່າ, ແຕ່ 84% ຄິດວ່າຈະບໍ່ກັບໄປຊື້ ຫຼືຊົມໃຊ້ ຜະລິດຕະພັນທີ່ເຮັດຈາກສັດປ່າອີກໃນອະນາຄົດ ຫຼັງຈາກມີການແຜ່ລະບາດຂອງ COVID-19.
 
ທ່ານ Marco Lambertini, ຜູ້ອຳນວຍການໃຫຍ່ ຂອງອົງການ WWF-ສາກົນ ໃຫ້ຮູ້ວ່າ: "ປະຊາຊົນໃນເຂດອາຊີ ຜູ້ທີ່ອາໄສຢູ່ໃນປະເທດທີ່ມີຕະຫຼາດຄ້າ-ຂາຍສັດປ່າຫຼາຍທີ່ສຸດ ໄດ້ສະແດງອອກເຖິງການສະໜັບສະໜູນ ຕໍ່ການຢຸດກິນສັດປ່າ ແລະ ປິດຕະຫຼາດຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ. ຈາກຜົນການສໍາຫຼວດ ຄົນສ່ວນໃຫຍ່ແມ່ນມີຄວາມກັງວົນ ແລະ ພ້ອມສະໜັບສະໜູນລັດຖະບານຂອງຕົນ ໃນການປ້ອງກັນວິກິດທາງດ້ານສາທາລະນະສຸກ ຂອງໂລກໃນຕໍ່ໜ້າ ທີ່ອາດມີມາຈາກຕະຫຼາດສັດປ່າ. ເຖິງເວລາແລ້ວທີ່ຈະເຊື່ອມຕໍ່ຜົນກະທົບຈາກການຄ້າ-ຂາຍສັດປ່າ ທີ່ມີຕໍ່ຄວາມເຊື່ອມໂຊມທາງດ້ານສິ່ງແວດລ້ອມ ແລະ ຄວາມສ່ຽງອື່ນໆຕໍ່ສຸຂະພາບຂອງຂອງຄົນເຮົາ."
 
ອົງການອະນາໄມໂລກລາຍງານວ່າ ການແຜ່ລະບາດຂອງພະຍາດ COVID-19 ໃນປະຈຸບັນລວມເຖິງເຊື້ອພະຍາດ ໃນມະນຸດ ຢ່າງໜ້ອຍ 61% ແມ່ນການແຜເຊື້ອຈາກສັດສູ່ຄົນ. ການຄ້າ-ຂາຍສັດປ່າເປັນຄວາມສ່ຽງທີ່ຮ້າຍແຮງຕໍ່ການແຜ່ລະບາດຂອງໂລກຕິດຕໍ່ຈາກສັດມາສູ່ຄົນ, ແລະຖືວ່າເປັນການທຳລາຍທີ່ຢູ່ອາໄສຂອງສັດປ່າ ເປັນ ການສູນເສຍທາງລະບົບນິເວດວິທະຍາ. ຫຼາຍພະຍາດຕິດຕໍ່ອື່ນໆທີ່ເກີດຂຶ້ນໃນໄລຍະທີ່ຜ່ານມາ, ໃນນັ້ນລວມມີ ພະຍາດ SARS, MERS ແລະ Ebola ລ້ວນແຕ່ເປັນການແຜ່ເຊື້ອຈາກສັດມາສູ່ຄົນ.
 
ການຄ້າ-ຂາຍສັດປ່າ ເປັນໄພຂົ່ມຂູ່ໂດຍກົງອັນດັບສອງຕໍ່ຊີວະນາໆພັນໃນທົ່ວໂລກ, ຮອງຈາກການທຳລາຍຖິ່ນອາໄສ ຂອງສັດປ່າ. ຈໍານວນສັດປ່າ ໂດຍສະເພາະສັດທີ່ມີກະດູກສັນຫຼັງໃນທົ່ວໂລກຫຼຸດລົງ ປະມານ 60% ນັບແຕ່ປີ 1970, ແລະ ບົດລາຍງານປີ 2019 ຈາກນະໂຍບາຍທາງວິທະຍາສາດ ລະຫວ່າງລັດ ກ່ຽວກັບການຊົມໃຊ້ຄວາມຫຼາກຫຼາຍ ທາງຊີວະນາໆພັນ ແລະ ລະບົບນິເວດວິທະຍາ (IPBES) ໄດ້ສະຫຼຸບວ່າ ປະຈຸບັນປະມານ 25% ຂອງສັດ ສາຍພັນຕ່າງໆທີ່ມີໃນທົ່ວໂລກ ກຳລັງຖືກຄຸກຄາມເຊິ່ງອາດນໍາໄປສູ່ການສູນພັນ.